top of page
  • Writer's pictureເສີມສ້າງປັນຍາ

ເດືອນສາມ ບຸນເຂົ້າຈີ່ ແລະ ບຸນມາຄະບູຊາ.


ເດືອນ ສາມ, ບຸນເຂົ້າຈີ່ ແລະ ບຸນມາຄະບູຊາ.

1. ບຸນເຂົ້າຈີ່: ເຂົ້າຈີ່ ໝາຍເຖິງການເອົາເຂົ້າມາຈີ່ໄຟທາດ້ວຍເກືອ, ໄຂ່, ນ້ຳມັນພືດ ແລະ ນ້ຳມັນສັດມີລົດຊາດກິ່ນຫອມຊວນຮັບປະທານ. ການກຳນົດຈັດງານບຸນເຂົ້າຈີ່ ແມ່ນກຳນົດເອົາວັນຂ້າງຂຶ້ນ ແລະ ຂ້າງ ແຮມຂອງເດືອນສາມ ແຕ່ໃນຊົນນະບົດບ້ານນອກ ນິຍົມເຮັດໃນມື້ອອກໃໝ່3 ຄ່ຳ ເດືອນສາມລາວ (ເຊິ່ງກົງກັບຂ້ອນຂ້າງ ທ້າຍເດືອນມັງກອນ ລະຫວ່າງ ວັນທີ 29-30-31) ຂອງທຸກໆປີ. ໃນມື້ນີ້ເພິ່ນຈະແຕ່ງ ເຄື່ອງຊັກກາລະບູຊາ, ໄຂປະຕູເລົ້າເຂົ້າ ເພາະຖືວ່າມື້ນີ້ ແມ່ນມື້ອາມິດບູຊາ ມື້ສະແດງອອກຊຶ່ງຄຸນງາມຄວາມດີ, ສະແດງຄວາມເຄົາລົບນັບຖືທ່ານຜູ້ໃຫຍ່. ຄົນສະໄໝບູຮານຍັງເຊື່ອວ່າ ໃນມື້ອອກໃໝ່ 3 ຄ່ຳ ແມ່ນມື້"ກົບບໍ່ມີປາກ, ນາກບໍ່ມີຮູຂີ້, ໝາກຂາມປ້ອມສຸກຫວານ, ໄກ່ເປີດເຂົ້າສານ, ແມ່ມານທ້ອງແວບ, ຄົກເປັນໝາກ, ສາກເປັນໃບ, ຫົວສີໃຄເປັນດອກ, ກະຮອກປົ່ງເຂົາ, ຜັກກະເດົາເຊົາຂົມ, ໄຂປະຕູເລົ້າ ປະຕູເບຍ, ຕັກເຂົ້າອອກ, ກິນບໍ່ບົກຈົກບໍ່ລົງ". ມູນເຫດຂອງການເຮັດບຸນເຂົ້າຈີ່ ມີການເລົ່າຢູ່ໃນນິທານທຳມະບົດວ່າ: "ນາງ ປຸນນະທາສີໄດ້ ເຮັດເຂົ້າໜົມແປ້ງ ເຂົ້າຈີ່ ຖວາຍແດ່ພະພຸດທະເຈົ້າ ແລະ ພະອານົນເຖຣະ ພະອົງຊົງສັນ ແລະ ເທດສະໜາ ໃຫ້ນາງຟັງເຖິງບາບບຸນຄຸນໂທດ, ນາງເກີດຄວາມປິຕິຍິນດີ ເມື່ອຕາຍໄປໄດ້ໄປສູ່ສຸກຂະຕິທີ່ດີ".

ການເຮັດບຸນເຂົ້າຈີ່ ແມ່ນຈັດຫາເຂົ້າໜຽວທີ່ໜຶ້ງສຸດແລ້ວ ມາໜ່ຽງຈົຍໜຽວ ແລ້ວປັ້ນເປັນກ້ອນເອົາໄປຈີ່ໄຟ ໃຫ້ຄົບຕາມຈຳນວນບາດຂອງພະສົງສາມະເນນ ຫຼື ຈີ່ຫຼາຍກວ່ານັ້ນ ເພື່ອລູກຫຼານຍາດມິດບ້ານໄກ້ເຮືອນຄຽງ. ຈາກນັ້ນ ຈິ່ງພ້ອມກັນໄປເຕົ້າໂຮມຢູ່ວັດ, ຢູ່ທີ່ວັດຈະມີການເຕົ້າໂຮມຊາວບ້ານ, ເພື່ອຫ້າງຫາກະກຽມເຄື່ອງບູຊາຕ່າງໆ, ພາຂວັນ, ໝາກເບັງ, ດອກໄມ້ທູບທຽນຕ່າງໆ ເມື່ອຊາວບ້ານພ້ອມພຽງ ຮຽງໜ້າກັນແລ້ວ. ກໍ່ຈະນິມົນພະສົງສາມະເນນລົງສູ່ຫໍແຈກ ທຳວິທີໄກວ້ພະຮັບສິນ ຖວາຍທານ, ຟັງເທດ, ຮັບພອນ, ມັດຂໍ່ຕໍ່ແຂນອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ, ຮ່ວມພາເຂົ້າສາມັກຄີ ແລ້ວຈິ່ງເລີກລາເມືອ ເຮືອນໃຜລາວ.


2. ບຸນມາຄະບູຊາ: ບຸນມາຄະບູຊາ ໂດຍທົ່ວໄປ ແມ່ນຈັດຮ່ວມກັຍກັບບຸນເຂົ້າຈີ່ຄື: ໃນມື້ເພັງ ສິບຫ້າຄ່ຳ ເດືອນສາມລາວ ເຊິ່ງກົງກັບຂ້ອນຂ້າງກາງເດືອນກຸມພາ ລະຫວ່າງວັນທີ 10-11-12 ຂອງທຸກໆປີ ການເຮັດບຸນມາຄະບູຊາ ແມ່ນການເຮັດບຸນ ເພື່ອສົ່ງເສີມພຸດທະສາສະໜາ ຂອງຊາວພຸດທະບໍລິສັດທັງສີ່ ກຳນົດເຮັດໃນມື້ວັນເພັງ 15 ຄ່ຳ ເດືອນສາມ ສຳລັບປີປົກກະຕິມາດ ແລະ ຖ້າປີໃດເປັນປີອະທິກະມາດ (8 ສອງກົນ) ຖືກເລື່ອນໄປເດືອນສີ່ເພັງຂອງລາວ ເຊິ່ງກົງກັບຂ້ອນຂ່າງກາງເດືອນມີນາ ລະຫວ່າງວັນທີ 10-11-12 ຂອງທຸກໆປີ. ມູນເຫດແຫ່ງການເຮັດບຸນມາຄະບູຊາ ແມ່ນອີງໃສ່ການເກີດເຫດມະຫັດສະຈັນ 4 ຢ່າງຄື:

1) ພະອໍຣະຫັນ ເຊິ່ງເປັນສົກ (ລູກສິດ) ຂອງພະພຸດທະເຈົ້າ 1250 ອົງ, ບໍ່ຖືກນັດໝາຍກັນ ແຕ່ຫາກມາຫາພະພຸດທະເຈົ້າໃນມື້ດຽວກັນທີ່ເວຣຸວັນນະມະຫາວິຫານໃຫ້ນະຄອນຣາຊະຄຶ.

2) ສາວົກເຫຼົ່ານັ້ນ ລ້ວນແລ້ວແຕ່ເປັນລູກສິດ ທີ່ພະພຸດທະອົງບວດດ້ວຍຕົນເອງ (ເອທິພິກຂຸອຸປະສຳປະທາ)

3) ທ່ານເຫຼົ້່ານັ້ນມາໂດຍບໍ່ໄດ້ນັດໝາຍກັນ ບໍ່ມີໃຜເຊີນ ແຕ່ຫາກມາເອງໂດຍບັງເອີນ.

4) ມື້ນັ້ນ ເປັນວັນເພັງປະກອບດ້ວຍມາຄະລຶກພະຈັນເຕັມດວງ ພະພຸດທະອົງໄດ້ສະແດງໂອວາດປະຕິໂມກມີ 3 ຄວາມໃຫຍ່ຄື:

(1) ສັບພະປາປັດສະອະກາຣະນັງ: ການບໍ່ເຮັດຄວາມຊົ່ວທັງປວງ

(2) ກຸສະລັດສຸປະສຳປະທາ: ເຮັດແຕ່ຄວາມດີທັງປວງ

(3) ສະຈິດຕະປະຣີໂຍທະປະນັງ: ເຮັດໃຫ້ຈິດໃຈຜ່ອງໃສ

ເອທັງພຸດທະສາສະນັງ: ທຳທັງສາມຂໍ້ນີ້ ແມ່ນຄຳສອນຂອງພະພຸດທະເຈົ້າ. ພິທີການເຮັດບຸນມາຄະບູຊາ ຕອນເຊົ້າຂອງມື້ເພັງ 15 ຄ່ຳ ເດືອນສາມຈະມີການເຕົ້າໂຮມຊາວບ້ານ, ໄຫວ້ພະຮັບສິນຖວາຍທານຟັງເທດຮັບພອນແມ່ນເສັດພິທີໃນຕອນເຊົ້າ. ຕົກມາໃນຕອນຄ່ຳຄືນ ຈະມີການແຫ່ດອກໄມ້ທູບທຽນ ໄຫວ້ພະຮັບສິນ ຟັງເທດຮັບພອນ ເປັນອັນວ່າໝົດພິທີ. ແຕ່ຢູ່ຕາມຊົນນະບົດບ້ານນອກ ຊາວບ້ານຈະມີການຈັດໃຫ້ມີການສະແດງຂັບລຳອ່ານນິທານພື້ນແຜ່ນຕ່າງໆຂອງບ້ານເມືອງ ມີການລະຫຼິ້ນກິລາພື້ນບ້ານຕ່າງໆຈົນເດິກດື່ນ ຈິ່ງເລີກລາເມືອເຮືອນໃຜເຮືອນລາວ.

649 views0 comments
bottom of page