top of page

ພິທີແຕ່ງດອງ ແລະ ວິຖີດຳເນີນຊີວິດຂອງຄົນລາວດັ້ງເດີມ

Writer's picture: ເສີມສ້າງປັນຍາເສີມສ້າງປັນຍາ

ຕໍ່ຈາກການກ່າວໂອມຂໍສາວ

ເມື່ອເຖິງກຳນົດມື້ແຕ່ງດອງແລ້ວ ເພິ່ນກໍ່ແບ່ງເປັນ 2 ມື້ຄື: ມື້ທຳອິດ ( ເອີ້ນວ່າ: ມື້ຕັງ ຫຼື ມື້ອຸ່ນດອງ ) ເປັນມື້ຫ້າງຫາກະກຽມທຸກສິ່ງຢ່າງໃຫ້ພຽງພໍເຊັ່ນ: ສະຖານທີ່, ເຄື່ອງຮັບໃຊ້ຕ່າງໆ, ຄົນຮັບແຂກ ແລະ ຄົວກິນ, ອາຫານການກິນ ແລະ ອື່ນໆ. ຕອນຄ່ຳຂອງຄືນນັ້ນ ຈະມີແຂກຄົນຈຳນວນໜຶ່ງມາຮ່ວມກັນອຸ່ນດອງ ແລະ ມີການຄົບງັນກັນຢ່າງເບີກບານມ່ວນຊື່ນ ບາງເທື່ອມີໝໍຂັບ ໝໍລຳ ມາລຳຕ່ຳແຍກັນລະຫວ່າງບ່າວ ແລະ ສາວ. ສ່ວນຜູ້ເຖົ້າຜູ້ແກ່ ເປັນຕົນແມ່ນຜູ້ຍິງຈະພາກັນເຮັດພາຂວັນ. ໃນຄ່ຳຄືນອຸ່ນດອງນີ້ ອາດຈະຊອດແຈ້ງກໍ່ມີ. ກ່ຽວກັບການອຸ່ນດອງນີ້ແມ່ນ ອຸ່ນຢູ່ເຮືອນເຈົ້າສາວ ຫຼາຍກວ່າ, ສ່ວນວ່າຝ່າຍເຈົ້າບ່າວ ກໍ່ອຸ່ນເລັກໆນ້ອຍໆພໍໄດ້ຮີດໄດ້ຄອງກໍ່ພໍແລ້ວ. ພໍຮຸ່ງເຊົ້າມາກໍ່ຕົກເປັນມື້ທີສອງ ເຊິ່ງເປັນມື້ຜູກແຂນ ລະວຫ່າງຄູ່ສົມລົດ (ເອີ້ນວ່າ ມື້ດອງ) ສຳລັບການສູ່ຂວັນຜູກແຂນກໍ່ແມ່ນມາ ສູ່ຂວັນຢູ່ເຮືອນເຈົ້າສາວ ເຊິ່ງເອີ້ນວ່າ: ສູ່ຂວັນໃຫຍ່. ແຕ່ວ່າຢູ່ເຮືອນເຈົ້າບ່າວນັນ ກໍ່ສູ່ຂວັນຄືກັນເອີ້ນວ່າ: ສູ່ຂວັນນ້ອຍ. ກ່ຽວກັບກຳນົດເວລາຊິສູ່ຂວັນໃຫຍ່ນັ້ນ ບໍ່ໃຫ້ກາຍຂອບເຂດ 12 ໂມງທ່ຽງລົງມາ (ລະຫວ່າງ 11:00 ຫາ 12:00 ຕົງ) ຄັນກາຍ 12:00 ແມ່ນບໍ່ໄດ້ເດັດຂາດ. ຖ້າແມ່ນຕອນບ່າຍກໍ່ບໍ່ໃຫ້ກາຍ 17:00 (ໃນລະຫວ່າງ 16:00 ຫາ 17:00) ຖ້າຕາເວັນຕົກດິນແລ້ວບໍ່ໄດ້ເດັດຂາດ.

ການແຕ່ງດອງ ແມ່ນປະເພນີຊີວິດຂັ້ນຕອນທີສາມຂອງຄົນເຮົາເຊິ່ງຖັດຈາກການເກີດ, ການບວດຮຽນຂຽນອ່ານ, ປະເພນີແຕ່ງດອງສະໄໝບູຮານມີ 2 ແບບຄື: ຊາຍໄປສູ່ເຮືອນພໍ່ເຖົ້າແມ່ເຖົ້າເອີ້ນວ່າ: "ອະວະຫະມຸງຄຸນ" ຫຼື ເອີ້ນວ່າ "ເຂີຍສູ່" ແລະ ຍິງໄປຢູ່ເຮືອນພໍ່ປູ່ແມ່ຍ່າ ເອີ້ນວ່າ: "ວິວາຫະມຸງຄຸນ". ການແຕ່ງດອງແມ່ນມີຄວາມສຳຄັນທີ່ສຸດໃນຊີວິດ ດັ່ງຄຳສຸພາສິດທີ່ວ່າ: "ປຸກເຮືອນຜິດ ຄິດຈົນເຮືອນເພ, ຕັດຜົມຜິດ ຄິດຈົນຜົມປົ່ງ ແລະ ເອົາຜົວເອົາເມຍຜິດ ຄິດຈົນຮອດມື້ຕາຍ". ສະນັ້ນ ຈິ່ງມີການຄັດເລືອກຄູ່ຄອງທີ່ເໝາະສົມ ໂດຍມີການສືບຮູ້ເຖິງປະຫວັດຄວາມເປັນມາ, ເຊື້ອຊາດວົງຕະກູນ, ສຸຂະພາບຮ່າງກາຍ ແລະ ຈິດໃຈເຊິ່ງກັນ ແລະ ກັນຢ່າງລະອຽດຖີ່ຖ້ວນ ດັ່ງຄຳກອນເວົ້າໄວວ່າ: "ເບິ່ງຊ້າງ ໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງພຶດຕິກຳ ເບິ່ງພໍ່ ເບິ່ງແມ່";

326 views0 comments

Comments


Join my mailing list

bottom of page