top of page

ພິທີກຳກ່າວໂອມ ( ການສູ່ຂໍ ຫຼື ຂໍສາວ) ຂອງຄົນລາວດັ້ງເດີມ.

Writer's picture: ເສີມສ້າງປັນຍາເສີມສ້າງປັນຍາ

ກ່ຽວກັບການກ່າວໂອມຂໍ (ເອີ້ນວ່າ: ການສູ່ຂໍ ຫຼື ຂໍສາວ) ນັ້ນເພິ່ນແຕ່ງຂັນ 5, ຄຳໝາກ 2 ຄຳ,​ ຢາສູບ 2 ກອກ, ເຫຼົ້າຂາວແກ້ວໜຶ່ງປ່ອນໃສ່ຂັນຄັກແນ່.

ເມື່ອພໍໄປຮອດເຮືອນພໍ່ແມ່ຜູ້ສາວແລ້ວເພິ່ນກໍ່ນັ່ງໂອ້ລົມ ທັກທາຍປາໄສກັນສົມຄວນ. ຫຼັງຈາກນັ້ນ ພໍ່ແມ່ທາງຝ່າຍຜູ້ບ່າວ (ຝ່າຍຊາຍ) ຈິ່ງເລີ່ມເອີ່ຍຂຶ້ນວ່າ: "ຈັ່ງໃດນໍ! ພີ່ນ້ອງມາເຕົ້າໂຮມກັນໝົດແລ້ວບໍນໍ?" ທາງຝ່ຍາຜູ້ສາວ (ຝ່າຍຍິງກໍ່ຕອບຄືນວ່າ: "ເອີ! ໄດ້ມາເຕົ້າໂຮມກັນໝົດແລ້ວ. ໄປມາຈັ່ງໃດເດ ? ມີຈຸດປະສົງຫຍັງເດ ? ຄືມາກັນຫຼາຍຄົນແທ້ ?". ທາງຝ່າຍຜູ້ບ່າວກໍ່ຕອບ ແລະ ຖາມຄືນວ່າ : "ເອີ! ຢາກມາສັບຊ່າວລ່າວປ່ານີ້ແລ້ວ ທົ່ງໄຮ່ເຈົ້າຫຍັງໜາ ທົ່ງນາເຈົ້າຍັງກວ້າງ ບ່ອນລ້ຽງຊ້າງປ່າໄລ່ເຈົ້າມີຢູ່ບໍ ?". ທາງຝ່າຍຜູ້ສອບກໍ່ຕອບຄືນວ່າ: "ເອີ! ຍັງມີຢູ່ດອກ". ຝ່າຍຜູ້ບ່າວກໍ່ເວົ້າວ່າ: "ເອີ! ດຽວນີ້ ເວລານີ້ ຝ່າຍລູກເຕົ້າໄດ້ມີຂັນດອກໄມ່ເຜິ້ງທຽນ, ມີຂັນໝາກມາຫາ ມີຂັນຢາມາສູ່ ພ້ອມທັງເຫຼົາຢາປາແປ້ງນີ້ແຫຼະ, ພາກັນມາຄູ້ເຂົ່າຫາ ຄູ້ຂາໄຫວ້. ທັງດ່ອມຫົວເຂົ້າຍາງດ່ອມຫົວເຂົ້າລົກ ມາຂໍມັກລູກເມຍ ມັກພໍ່ແມ່, ຂໍເປັນລູກເປັນເຕົ້າຂອງພໍ່ແມ່ນີ້ແຫຼະ! ຈິ່ງໄດ້ມີຂັນເຜິ້ງຂັນທຽນ ແລະ ດອກໄມ້ຍົກຂຶ້ນໄວ້ເທິງຫົວເທິງເກົ້າ ຂໍກ່າວໂອມເອົາລູກເຕົ້າ ທິດາຂອງພໍ່ແມ່ນີ້ແຫຼະ ຊື່ວ່ານາງ.......... ຂໍພໍ່ແມ່ຈົ່ງໄດ້ເມດຕາປານີ ໂຜດຜາຍໃຫ້ໄດ້ຕາມຄວາມມຸ້ງມາດປາຖະໜາແດ່ທ້ອນ!". ທາງຝ່າຍຜູ້ສາວກໍ່ຕອບຄືນວ່າ: "ເອີ! ຄັນຖ້າຝ່າຍລູກເຕົ້າ ບໍ່ມີຕິດີຮ້າຍ, ບໍ່ຕິທຸກຍາກ ບໍ່ຕິພໍ່ແມ່ແນວໃດແລ້ວ ທາງຝ່າຍພໍ່ແມ່ກໍ່ບໍ່ມີຫຍັງດອກ. ລູກເຕົ້າໄດເບິ່ງຄັກແລ້ວໍ ?, ພໍ່ແມ່ກໍ່ມີພຽງສ່ຳເຫັນນີ້ແຫຼະ, ໃຫ້ລູກເຕົ້າເບິ່ງ ແລະ ຄິດຄັກໆໃດ໋!". ທາງຝ່າຍຜູ້ບ່າວກໍ່ຕອບຄືນວ່າ: "ເອີ! ຝ່າຍລູກນີ້ ໄດ້ເບິ່ງຄັກແລ້ວ, ບໍ່ມີຄວາມຕ້ອງຕິຫຍັງ ມີແຕ່ຄວາມພໍອົກພໍໃຈຢ່າງລົ້ນ ເຫຼືອແລ້ວພໍ່ແມ່ເອີຍ!". ທາງຝ່າຍຜູ້ສາວກໍ່ຕອບ ແລະ ຖາມຄືນວ່າ: "ເອີ! ຖ້າຝ່າຍລູກເຕົ້າຫາກບໍ່ມີຄວາມຕິຕຽນຫຍັງ ມີແຕ່ຄວາມດີອົກດີໃຈແທ້ ຝ່າຍພໍ່ແມ່ກໍ່ມີແຕ່ຄວາມດີອົກດີໃຈເປັນຢ່າງຍິ່ງ ຄືກັນຫັ້ນແຫຼະ!". ທາງຝ່າຍຜູ້ບ່າວກໍ່ຕອບຄືນວ່າ: "ເຊີນທ້ອນ! ຕົກລົງຮັບເອົາຂັນກ່າວຂັນໂອມ, ຕົກລົງຕາມຈຸດປະສົງຂອງລູກເຕົ້າສາ!​". ພ້ອມກັນນັ້ນພໍ່ແມ່ຜູ້ສາວກໍ່ຍໍມື ຮັບເອົາຂັນກ່າວຂັນໂອມ. ຈາກນັ້ນກໍ່ເອົາຄຳໝາກ ກອກຢາຢູ່ໃນຂັນນັ້ນ ຢາຍໃຫ້ກັນຄ້ຽວ, ສູບທັງເວົ້າວ່າ: "ດູດຢາຫອມປາກ, ຄ້ຽວໝາກຫອມຄໍນໍ". ຕາມປະເພນີແລ້ວ ຜູ້ໃດກໍຕ້ອງໄດ້ຄ້ຽວໝາກ, ສູບຢາແລະ ດື່ມເຫຼົາ. ສະເພາະແມ່ນພໍ່ແມ່ຄີງ ຜູ້ທີ່ບໍ່ເຄີຍດື່ມເຫຼົ້າສູບຢາມາກ່ອນນັ້ນ ກໍ່ຕ້ອງໄດ້ຄ້ຽວໄດສູບ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ພິທີການຂໍສາວ, ທັງມີຄວາມໝາຍວ່າ ເພື່ອເປັນຮີດເປັນຄອງ ໃຫ້ຄ້ຳໃຫ້ມູນຍົງໆຍິ່ງໆ. ພ້ອມກັນນັ້ນ ເພິ່ນກໍ່ເຫຍັ້ນເຫຼົາຢາຍກັນໄປນຳ, ເພິ່ນເຫຍັ້ນທັງເຫຼົ້າຝ່າຍຊາຍ ແລະ ເຫຼົ້າຝ່າຍຍິງສົມທົບກັນ. ຈາກນັ້ນ, ກໍ່ປຶກສາຫາລືກັນຢ່າງລະອຽດກ່ຽວກັບຄ່າດອງ, ຄ່າສິນສອດ ແລະ ອື່ນໆໄປນຳ ໂດຍແມ່ນຝ່າຍຊາຍເປັນຜູ້ຖາມກ່ອນວ່າ: " ຈັ່ງໃດນໍ! ເລື່ອງຄ່າຫົວ ຄ່າແກ່ວ ຄ່າດອງເດ, ພໍ່ແມ່ຊິວ່າແນວໃດ? ຂໍພໍ່ແມ່ຢ່າໄດ້ຄາດຄ່າຫຼາຍ ຢາຍຄ່າກວ້າງທ້ອນ! ລູກເຕົ້າ ບໍ່ມີຫຼາຍ". ທາງຝ່າຍຍິງກໍ່ຕອບຄືນວ່າ: "ເອີ! ພໍສົມມາພາຄວນນີ້ຫຼະ!". ນັ້ນແມ່ນ ວິທີກ່າວໂອມ (ຂໍສາວ ຫຼື ສູ່ຂໍ) ແບບທີ 1. ສ່ວນວິທີກ່າວໂອມ (ຂໍສາວ ຫຼື ການສູ່ຂໍ) ແບບທີ 2 ນັ້ນ ບາງເທື່ອເພິ່ນກໍ່ເວົ້າຄຳຜະຫຍາຕ່ອຍກັນ ເພື່ອຄວາມເບີກບານມ່ວນຊື່ນ ທັງເປັນການທັກທາຍປາໄສຕໍ່ກັນຢ່າງເປັນກັນເອງ ເຊິ່ງມີຄຳຜະຫຍາຍ່ອຍ ຄືລຸ່ມນີ້:

ຝ່າຍຍິງ(ເຈົ້າສາວ) ຖາມຝ່າຍຊາຍ (ເຈົ້າບ່າວ) ກ່ອນວ່າ: "ໄປຈັ່ງໃດນໍ! ຄືມາຫຼາຍຜູ້ຫຼາຍຄົນແທ້!" ທາງຝ່າຍຊາຍ(ເຈົ້າບ່າວ)ກໍ່ຕອບຄືນວ່າ: "ດຽວນີ້ແຫຼະ ພວກລູກນີ້ໄດ້ຍ້າຍຈາກບ້ານກ້ຳ ຝ່າຍທາງໄກ ໃຈຜູກພັນພຽນຮັກຂອດພະໄທມານ້ອມ ຍ້ອນມີໃຈປະສົງຊົ້ງ ຈິ່ງລົງເຮືອນມາຮອດພີ້ນີ້ແຫຼະ ໃຈປະສົງໜ່ວຍແກ້ວໃນຖ້ຳຊິກົ່ນ ຫາພໍ່ເອີຍ!". ທາງຝ່າຍຍິງກໍ່ຖາມຄືນອີກວ່າ: "ໂອນໍ! ຄຳວ່າ ໃຈປະສົງຊົ້ງ ຟັງເບິ່ງຊົງຄືຊິເວົ້າລໍ້ລ່າຍເດນໍ! ຢ້ານແຕ່ເວົ້າຫຼອກລໍ້ລວງຫຼິ້ນລາຍພາງບໍ່ຮູ້, ຢ້ານແຕ່ມາລວງລໍ້ ສະເໝີປ່າລວງຫາດ ເຮັດວາດປາຮາກກ້ວຍ ລອງຫຼິ້ນຫາດຊາຍບໍ່ເປັນໄດ". ທາງຝ່າຍຊາຍຕອບຄືນວ່າ: "ລູກນີ້ ບໍ່ຊ່າງເວົ້າລໍ້ຫຼ່າຍລວງພາງພໍ່ເອີຍ! ທາງໃຈມີຄວາມຈິງ ກໍ່ຈິ່ງມາເຖິງພີ້ ຊາຕາມາຕົກນີ້ ຈຳໜີຊິຂໍຢູ່ຫັ້ນແລ້ວ ຂໍເປັນລູກເຕົ້າ ເປັນເຂີຍຮ່ວມເຮືອນພໍ່ເອີຍ! ຫຼືວ່າບໍ່ຊອບດ້ວຍ ໂດຍເຈຕະນາໝາຍບໍ່ນໍ ພໍ່ຈິ່ງມີວາຈາກ່າວບົນບັງບ້ຽວ". ທາງຝ່າຍຍິງກໍ່ຖາມຄືນວ່າ: "ພໍ່ນີ້ບໍ່ເຊື່ອໄດ້ ໂດຍງ່າຍດອກວາຈາ ບາງເທື່ອວາຈາໄຂໃຫ້ອຸ່ນທວງຄື ຊິໄດ້ບາດວ່າເມືອເຮືອນແລ້ວ ເລີຍເຫີຍເຫີນຫ່າງ ເຮັດໃຫ້ເສຍປຽບໜ້າ ທາງພີ້ຝ່າຍສາວກໍ່ມີ". ອີກອັນໜຶ່ງ "ພໍ່ຢ້ານແຕ່ກ້ຽງປາກບັ້ງ ທາງນອກ ເປັນກະດັນທາງໃນເປັນເກສອນ ດອກກະເດົາບານຊ້ອນບໍ່ຮູ້!".ທາງຝ່າຍຊາຍກໍ່ຕອບວ່າ: "ໂອນໍ! ລູກບໍ່ເຄີຍກ້ຽງປາກບັ້ງ ຂັງສົ່ງຂອງຂົມດອກ ພໍ່ເອີຍ! ມີແຕ່ແນວຫວານໆຢູ່ໃນຄືອ້ອຍ!". ທາງຝ່າຍຍິງ ກໍ່ຖາມຄືນອີກວ່າ: "ເອີ! ຖ້າລູກຫາກບໍ່ຫຼາຍລໍ້ ເວົ້າແຕ່ຄວາມຈິງ ບໍ່ເຄີຍວາຈາຕວົະ ຫຼອກຫຼວງລົມຫຼິ້ນ ບໍ່ຕິຮູບຮ່າງຮ້າຍ ເນື້ອກ່ຳດຳໝອງ ບໍ່ຕິຄອງຄົນທຸກເຜົ່າພົງວົງເຊື້ອບໍ່ຕິດີຕິຮ້າຍຝ່າຍເຮົາຈັກຢ່າງ ລະຫວ່າງ ສາວອ່ອນຫຼ້າ ທິດານ້ອຍພໍ່ບໍ່ຂີນ ດອກນາ! ອັນວ່າໃຕ້ໂລກນີ້ ເຮົາເລົ່າເລີງເຫັນຊື່ວ່າບູຮານຮຽງຫ່ອນຊິຂີນຂວງໄດ້!". ຫຼັງຈາກຕົກລົງກັນເປັນທີ່ຮຽບຮ້ອຍແລ້ວ, ຈິ່ງກ້າວໄປສູ່ການປຶກສາຫາລືກຳນົດມື້ ແຕ່ງດອງຢ່າງເປັນທາງການ. ໃນເວລາປຶກສາຫາລືນັ້ນ ເພິນຍັງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຝ່າຍ ເປັນຕົ້ນແມ່ນເລື່ອງເຄື່ອງບ່ອນຢູ່ບ່ອນນອນ, ອາຫານການກິນ, ເຄື່ອງດື່ມຢ່າງລະອຽດ ແລະເປັນເອກະພາບກັນວ່າ ຝ່າຍໃດຈະຮັບຜິດຊອບຫຍັງແດ່, ໂດຍມີການເຮັດບົດບັນທຶກຄັກແນ່ ເພື່ອໃຫ້ຖືກຕ້ອງຕາມກົດໝາຍບ້ານເມືອງວາງອອກ. ປະຈຸບັນນີ້ ກ່ອນຈະແຕ່ງດອງ ເພິ່ນກໍ່ຕ້ອງໄປຈົດທະບຽນສົມລົດກັບອຳນາດປົກຄອງບ້ານຂອງຕົນ ຈິ່ງຖືວ່າການແຕ່ງດອງນັ້ນຖືກຕ້ອງຕາມກົດໝາຍບ້ານເມືອງຢ່າງແທ້ຈິງ, ຫຼັງຈາກມີການສູ່ຂໍ (ກ່າວໂອມ) ເປັນທີ່ຮຽບຮ້ອຍ ຫຼື ຈົດທະບຽນສົມລົດກັບອຳນາດການປົກຄອງແລ້ວ ທັງສອງຝ່າຍກໍ່ຕ້ອງຫ້າງຫາກະກຽມ ຕາມຖານະຂອງຕົນ ກ່ອນຈະເຮັດມື້ແຕ່ງດອງປະມານ 5 ຫຼື 3 ວັນ ທັງສອງຝ່າຍກໍ່ໄປບອກເລົ່າຍາດຕິພີ່ນ້ອງ ໝູ່ຄູ່ມິດສະຫາຍຜູ້ຢູ່ໃກ້ ແລະ ໄກມາຮ່ວມງານດອງ ຂອງຄູ່ສົມລົດໃໝ່ ເພື່ອເປັນສິລິມຸງຄຸນ ແລະ ສັກຂີພະຍານ.

381 views0 comments

Comments


Join my mailing list

bottom of page