ການສ້າງພຣະທາດຫຼວງນີ້ມີ 2 ຄັ້ງຄື:
ຄັ້ງທີໜຶ່ງ: ສ້າງເມື່ອປີ ພ.ສ 236 (ກ່ອນປີ ຄ.ສ 307) ການສ້າງຄັ້ງນີ້ແມ່ນພະຍາຈັນທະບູລີ ປະສິດທິສັກ ຜູ້ກໍ່ຕັ້ງ ແລະ ເປັນເຈົ້າຄອງເມືອງວຽງຈັນຜູ້ທຳອິດ ເປັນຫົວໜ້າພ້ອມກັບພຣະສົງຄ໌ອະຣະຫັນ 5 ອົງຄື:
1. ພຣະມະຫາ ຣັຕຕະນະເຖຣະ
2. ພຣະມະຫາ ຈຸນລະຣັຕຕະນະເຖຣະ
3. ພຣະມະຫາ ສຸວັນນະປາສາທະເຖຣະ
4. ພຣະມະຫາ ຈຸນລະສຸວັນປາສາທະເຖຣະ
5. ພຣະມະຫາ ສັງຄະວິຊາເຖຣະ
ພຣະອະຣະຫັນທັງ 5 ອົງນີ້ ແມ່ນພຣະສົງຄ໌ລາວ ເຊິ່ງໄດ້ໄປຮຽນສຳເລັດມາຈາກກຸງ ລາຊະຄຶ ປະເທດອິນເດຍ. ເມື່ອກັບມາໄດ້ພາກັນເອົາພຣະບໍລົມມະສາຣີຣິກະທາດ (ກະດູກຫົວເໜົ່າ) ຂອງພຣະພຸດທະເຈົ້າມານຳ. ເມື່ອມາຮອດແລ້ວ ກໍ່ໄດ້ພາກັນຊັກຊວນ ພຣະຍາຈັນທະບູລີ ປະສິດທິສັກ ພ້ອມດ້ວຍປະຊາຊົນ ຊາວເມືອງວຽງຈັນ ສ້າງທາດຂຶ້ນສຳລັບບັນຈຸໃສ່ພຣະບໍລົມມະສາຣີຣິກະທາດນັ້ນ, ໄວ້ເປັນທີ່ໄຫວ້ນົບສັກກາລະບູຊາຕາມແບບສະບັບຂອງຜູ້ນັບຖື.
ອົງພຣະທາດທີ່ພະຍາຈັນທະບູລີ ນຳພາສ້າງຂຶ້ນນີ້ມີຮູບລັກສະນະ ເປັນອຸບມຸງ, ກໍ່ດ້ວຍຫີນ, ລວງກ້ວາງທັງ 4 ດ້ານໆ ລະ 5 ວາ, ວງນໜ້າ 2 ວາ, ລວງສູງ 4 ວາ ສາມສອກ. ທາດໜ່ວຍທີ່ວ່ານີ້ເວລານີ້ແມ່ນຢູ່ໃນພຣະທາດໃຫຍ່ ທີ່ເຮົາເຫັນຢູ່ໃນປະຈຸບັນນີ້ເອງ.
ຄັ້ງທີສອງ: ການສ້າງຄັ້ງນີ້ ແມ່ນເຈົ້າໄຊຍະເສດຖາທິຣາດ ຜູ້ເຊິ່ງເມື່ອກ່ອນນີ້ ພຣະອົງໄດ້ໄປເປັນເຈົ້າຄອງນະຄອນຊຽງໃໝ່, ແລ້ວໄດ້ຍ້າຍມາຄອງນະຄອນຊຽງທອງ (ຫຼວງພຣະບາງ) ແລ້ວໄດ້ຍ້າຍມາຈາກນະຄອນຊຽງທອງມາສະຖາປະນາເມືອງວຽງຈັນເປັນນະຄອນຫຼວງ ເມື່ອປີຈຸນລະສັງກາດ 922 ກົງກັບປີ ພ.ສ 2103 ຄ.ສ 1560, ເມື່ອສ້າງເມືອງສຳເລັດແລ້ວໃສ່ຊື່ໃໝ່ວ່າ "ນະຄອນຈັນທະບູລີສີສັຕຕະນາຄະນະຫຸດອຸດຕະມະຣາຊະທານີ".
ຈາກນັ້ນພຣະອົງໄດ້ນຳພາປະຊາຊົນລາວ ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນຊາວນະຄອນຫຼວງວຽງຈັນ ໄດ້ພາກັນສ້າງທາດໃຫຍ່ຂຶ້ນໜ່ວຍໜຶ່ງ ໂດຍໄດ້ກໍ່ກວມທາດນ້ອຍທີ່ພຣະຍາຈັນທະບູລີ ປະສິດທິສັກໄດ້ກໍ່ສ້າງໄວ້ເມື່ອກ່ອນນັ້ນເອງ.
ການສ້າງຄັ້ງນີ້ ແມ່ນໄດ້ເລີ້ມລົງມື ໃນມື້ເພັງເດືອນອ້າຍ (ເດືອນຈຽງ) ປີ ຈຸນລະສັງກາດ 928 ກົງກັບ ປີ ພ.ສ 2109 ຄ.ສ 1566 ເມື່ອສ້າງສຳເລັດແລ້ວໄດ້ໃສ່ຊື່ວ່າ "ເຈດີໂລກະຈຸລະມະນີ" ແຕ່ຄົນທັງຫຼາຍມັກຮ້ອງວ່າ "ພຣະທາດຫຼວງ" ເຊິ່ງກໍ່ໝາຍຄວາມວ່າ "ທາດໃຫຍ່" ນັ້ນເອງ. ແລະ ກໍໄດ້ພາກັນຮ້ອງວ່າພຣະທາດຫຼວງ ມາຈົນເຖິງທຸກວັນນີ້.
ການສ້າງທາດໃຫຍ່ນີ້ ເພິ່ນໄດ້ສາ້ງທາດນ້ອຍໄວ້ເທິງເຕົ້າ ທາດໃຫຍ່ຖ້ານທີສອງ ອ້ອມທັງ 4 ດ້ານມີ 30 ອົງ ຮ້ອງວ່າ "ສັມມະຕິງສະປາຣະມີ" (ທາດປາຣະມີ). ຢູ່ພາຍໃນທາດນ້ອຍ 30 ອົງນີ້ ເພິ່ນໄດ້ເອົາຄຳມາຫຼໍ່ເປັນຮູບທາດນ້ອຍໆໄດ້ 30 ອົງ ແຕ່ລະອົງໜັກ 4 ບາດຄຳ. ແລະ ເອົາຄຳອອກມາຕີແຜ່ເປັນຮູບໃບລານ (ເພິ່ນຮ້ອງວ່າລານຄຳໄດ້ 30 ແຜ່ນ). ແຕ່ລະແຜ່ນຍາວ ສອກກຳ (ໝາຍຄວາມວ່າ ບໍ່ຄ່າສອກແທ້ຄື ເວລາແທກໃຫ້ກຳມືໄວ້ ແລ້ວເດ່ນິ້ວກ້ອຍອອກ ແທກໄດ້ຄ່ານິ້ວກ້ອນນັ້ນ ຈຶ່ງຮ້ອງວ່າສອກກຳ) ແລ້ວຂຽນພຣະທັມຄຳສອນ ຂອງພຣະພຸດທະເຈົ້າ ກົດທີ່ຖືວ່າເປັນຍອດຄຳສອນລົງໃສ່ໄວ່ໃນໃບລານຄຳນັ້ນທຸກໆໃບ ພຣະທຳທີ່ຂຽນໃສ່ນັ້ນວ່າດັ່ງນີ້ "ເຍທັມມາ ເຫຕຸປ ປັບພະວາ ເຕສັງເຫຕຸງ ຕະຖາຄະໂຕ ເຕສັນຈະໂຍ ນິໂຣໂທຈະ ເອງວັງວາທາມິ ມະຫາສະມະໂນ" ແປຄວາມໝາຍວ່າ: ທັມທັງຫຼາຍເຫຼົ່າໃດມີເຫດເປັນທີ່ເກີດ, ພຣະຕະຖາຄົດເຈົ້າສະແດງເຫດຂອງທັມເຫຼົ່ານັ້ນ ແລະ ຕ້ອງໃຫ້ດັບເຫດຂອງທັມເຫຼົ່ານັ້ນດ້ວຍ, ພຣະມະຫາສະມະນະ (ທ່ານຜູ້ສະຫງົບ) ມີປົກກະຕິກ່າວຢ່າງນີ້" ດັ່ງນີ້. ແລ້ວເອົາທັງທາດຄຳ ແລະ ໃບລານຄຳນັ້ນລົງຮອງໄວ້ໃນພື້ນທາດນ້ອຍທັງ 30 ອົງນັ້ນທຸກໆອົງ ການສ້າງທາດນ້ອຍນີ້ແມ່ນມີຄວາມໝາຍໃຫ້ຮູ້ວ່າ ຜູ້ທີ່ຈະໄດ້ເປັນພຣະພຸດທະເຈົ້ານັ້ນ ຈະຕ້ອງໄດ້ສ້າງສົມຄຸນງາມຄວາມດີ ໄວ້ໃຫ້ໄດ້ເຖິງ 30 ປະການ, ມີທານະປາຣະມີເປັນຕົ້ນ ຈົນເຖິງອຸເປກຂາປະລະມັດຖະປາຣະມີ ເປັນປະລິໂຍສານ. (ທາດຄຳ ແລະ ໃບລານຄຳທີ່ວ່ານັ້ນ ດຽວນີ້ບໍ່ຍັງແລ້ວ ເພາະພວກທະຫານຫໍ້ ຂຸດຄົ້ນເອົາໄປໝົດໃນຄາວເຂົາເຂົ້າມາຮຸກຮານເຮົາພຸ້ນແລ້ວ).
ພຣະທາດຫຼວງໄດ້ຖືກມ້າງເພທຳລາຍຫຼາຍຄັ້ງ, ແຕ່ທຸກຄັ້ງທີ່ພຣະທາດຫຼວງຖືກມ້າງເພທຳລາຍ ປະຊາຊົນລາວໄດ້ພ້ອມກັນບູລະນະສ້ອມແປງໃຫ້ຈົບງາມດີຄືດັ່ງເ່ກົ່າ. ຕາມປະຫວັດກ່ຽວກັບການບູລະນະສ້ອມແປງພຣະທາດຫຼວງ ຄັ້ງສຳຄັນໄວ້ດັ່ງນີ້ຄື:
+ ເມື່ອປີ ພ.ສ 2362 ປີ ຄ.ສ 1819 ໃນລັດຊະການພະເຈົ້າອານຸວົງ ກະສັດອົງສຸດທ້າຍ ແຫ່ງອານາຈັກລ້ານຊ້າງວຽງຈັນ ຫຼັງຈາກໄດ້ນຳພາປະຊາຊົນ ສ້າງວັດສີສະເກດສຳເລັດບໍລະບວນ ໃນປີ ພ.ສ 2361 ຄ.ສ 1818 ແລ້ວຕໍ່ຈາກນັ້ນກໍ່ໄດ້ ຈັດການບູລະນະສ້ອມແປງພຣະທາດຫຼວງຄັ້ງນີ້ ແມ່ນປົວແປງຕົວພຣະທາດໃຫຍ່ ແລະ ທາດນ້ອຍ, ເຮັດກົມມະລຽນ ແລະ ປະຕູໂຂງທັງ 4 ດ້ານ.
+ ເມື່ອປີ ພ.ສ 2443 ຄ.ສ 1900 ເຊິ່ງເປັນສະໄໝທີ່ຝຣັ່ງມາປົກຄອງລາວນັ້ນ ນາຍຊ່າງຝຣັ່ງໄດ້ສ້ອມແປງຍອດພຣະທາດຫຼວງໃໝ່ ໂດຍເຮັດເປັນສິລະປະແບບຊາວຕາເວັນຕົກ ຍອດພຣະທາດໄດ້ປ່ຽນຮູບໂສມ ເຊິ່ງບໍ່ແມ່ນສິລະປະແບບສະຖາປັດຕະຍະກຳ ລັກສະນະຂອງຊາດລາວເລີຍ.
+ ເມື່ອປີ ພ.ສ 2473 ຄ.ສ 1930 ປະຊາຊົນລາວເຊິ່ງບໍ່ເຫັນດີບໍ່ເຫັນພ້ອມກັບການບູລະນະສ້ອມແປງຂອງຝຣັ່ງມາເປັນເວລາ 30 ປີ ແລ້ວນັ້ນໄດ້ພ້ອມກັນທັບມ້າງສິລະປະແບບຂອງຝຣັ່ງຖິ້ມ ແລ້ວດຳເນີນການສ້ອມແປງໃໝ່ ສຳເລັດຮຽບຮ້ອຍໃນປີ 2478 ຄ.ສ 1937 ດັ່ງຮູບຊົງທີ່ເຫັນຢູ່ທຸກວັນນີ້.
+ເມື່ອປີ ພ.ສ 2519 ຄ.ສ 1973 ຫຼັງຈາກປະເທດຊາດເຮົາໄດ້ຮັບການປົດປ່ອຍແລ້ວ. ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດຕັ້ງທ້ອນໂຮມບັນດາວັດຖຸ ມໍລະດົກ ມູນເຊື້ອວັດທະນະທຳ ແລະ ຈັດຕັ້ງຄຸ້ມຄອງທັງບູລະນະສ້ອມແປງບັນດາວັດຖຸບູຮານ, ສະຖານບູຮານ, ອະນຸສາວະລີທາງປະຫວັດສາດ ແລະ ວັດວາອາຮາມເອົາໄວ້ ໃນທົ່ວປະເທດຄືນໃໝ່ ໂດຍສະເພາະພຣະທາດຫຼວງ ໄດ້ຈັດການບູລະນະສ້ອມແປງອັນສຳຄັນດັ່ງນີ້:
1. ຫຼໍ່ທອງເຮັດຍອດພຣະທາດໃໝ່ ແທນຍອດເກົ່າທີ່ຖືກຟ້າຜ່າ
2. ເຮັດສາຍເຫຼັກກ້າ ດູດກັນຟ້າຜ່າ ຕັ້ງແຕ່ຍອດສຸດລົງຮອດພື້ນດິນ
3. ທັບປະກາຍເກົ່າທີ່ຕົວພຣະທາດ ທີ່ຊຳລຸດຊຸດໂຊມແລ້ວໂບກຊີມັງໃໝ່
4. ພອກສີຄຳຕົວພຣະທາດໃຫຍ່ ແລະ ທາດນ້ອຍ ດັ່ງເຫັນຢູ່ໃນປະຈຸບັນນີ້
+ເລີ່ມແຕ່ຕົ້ນປີ ພ.ສ 2528 ຄ.ສ 1985 ຄະນະກຳມະການປົກປັກຮັກສາ ແລະ ສ້ອມແປງພຣະທາດຫຼວງ ພ້ອມດ້ວຍປະຊາຊົນລາວ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ໄດ້ຕົກລົງບູລະນະສ້ອມແປງຫໍກວມເຈດີທຳມະຫາຍໂສກ ທີ່ຊຳລຸດຊຸດໂຊມນັ້ນຄືນໃໝ່ ໂດຍຖືເອົາແບບຮູບຊົງ ສະຖາປັດຕະຍະກຳໃຫ້ຄືເກົ່າທັງໝົດ.
ປະຫວັດຫຍໍ້ຂອງພຣະທາດຫຼວງນີ້ ໄດ້ຮີບໂຮມມາຈາກໜັງສືອຸລັງຄະນິທານ, ໜັງສືພື້ນຂຸນບູລົມ, ໜັງສືປະຫວັດເຈດີໂລກະຈຸລະມະນີ ແລະ ຈາກບ່ອນອື່ນໆ ທີ່ເວົ້າເຖິງພຣະທາດຫຼວງ ດັ່ງນັ້ນ ຜູ້ປະສົງຈະຮູ້ຄວາມກວ້າງຂໍໃຫ້ໄປຊອກຮູ້ໄດ້ຈາກໜັງສືທີ່ກ່າວມາຂ້າງເທິງນີ້ດ້ວຍ.
Comentários