top of page

ຄຳຜະຫຍາ ທີ່ເວົ້າເຖິງຄວາມສວຍສົດ ງົດງາມ ແລະ ຄວາມອຸດົມຮັ່ງມີ ຂອງປະເທດຊາດບ້ານເກີດເມືອງນອນ.

  • Writer: ເສີມສ້າງປັນຍາ
    ເສີມສ້າງປັນຍາ
  • Dec 18, 2018
  • 1 min read

ໃຜວ່າວຽງຈັນເສົາ ເຊົາເນີຢ່າຟ້າວເວົ້າ

ມັນຊິໂປ້ບາດຫຼ້າ ໝາກແຕງຄ້າງໜ່ວຍປາຍ

ໃຜວ່າວຽງຈັນຮ້າງ ກາງດອນຈັນເກີດປ່າ

ກໍໄຜ່ຍັງຊອນລອນ ປ່າມອນຍັງຊ້າຍລ້າຍ

ຊິໄປຮ້າງ ຢູ່ບ່ອນໃດ

ອັດຕະປືປຶ້ງ ຂາຍຄຳແລກຂີ້ໄກ່

ບຶງພະໂພຂີ້ໄຮ້ ຂາຍຊ້າງແລກກະບອງ

ຫົວຫຍອງໄຟລາມໄໝ້ ວຽງຈັນສັດຕະນາກ

ຍາກບໍ່ແພ້ແລ້ວ ເມືອໜ້າຫາກຊິເຮືອງ ດ໋ອກໜາ!

ໃຜວ່າວຽງຈັນເສົ້າ ຢາກຈູງແຂນໃຫ້ມາເບິ່ງ ເດນໍ

ກົກໝາກຍັງຊອນລອນ ກົກມອນຍັງຊ້າຍລ້າຍ

ຊິໄປເສົ້າ ບ່ອນຈັ່ງໃດເດ!


ຈາກໜັງສື: "ວັດທະນະທຳ ທາງດ້ານຮີດຄອງປະເພນີລາວ"


"ຄຳຜະຫຍາ ແມ່ນສິລະປະອັນໜຶ່ງຂອງຄົນລາວທີ່ໄດ້ມີການຖ່າຍທອດມາແຕ່ບູຮານະການ. ປະຊາຊົນລາວທັງ 49 ຊົນຄວນທີ່ຈະຮຽນຮູ້ສິລະປະ, ປະເພນີ, ວັດທະນະທຳຂອງໂຕເອງໃຫ້ລຶກຊຶ້ງຂຶ້ນ ເພື່ອເອົາມາຢັ້ງຢືນເຖິງຄວາມເປັນເອກະລັກຂອງປະເທດລາວ".


Comments


Join my mailing list

bottom of page